ເທດສະການທ່ອງທ່ຽວວັດທະນະທຳຫົວພັນ-ເຊີນລາ
ເຊີນທ່ຽວຊົມງານວັນທ່ອງທ່ຽວວັດທະນະທຳ ແຂວງຫົວພັນ-ແຂວງເຊິນລາ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 19-22 ມີນາ 2024 ທີ່ ເດີ່ນໜ່ວຍແກ້ວຫຼັກເມືອງ ເມືອງຊໍາເໜຶອ ແຂວງຫົວພັນ ພາຍໃນງານປະກອບມີກິດຈະກຳດັ່ງນີ້:
1 ຊົມການສະແດງສິນລະປະວັນນະຄະດີລະຫວ່າງແຂວງເຊິນລາ-ແຂວງຫົວພັນ ເຊິ່ງຈະມີນັກຮ້ອງ ແລະ ນັກສະແດງທີ່ມາຈາກສສຫວຽດນາມຈຳນວນ 70 ກ່ວາທ່ານ ແລະ ນັກສະແດງຂອງແຂວງຫົວພັນຫຼາຍກ່ວາ 100 ທ່ານ
2 ຊົມການວາງສະແດງຮູບພາບທີ່ສວຍງາມຂອງແຂວງເຊີນລາ-ແຂວງຫົວພັນ
3 ທ່ຽວຊົມບູດຮ້ານວາງສະແດງຜະລິດຕະພັນສິນຄ້າ ລາວ-ຫວຽດຈຳນວນ 20 ກ່ວາຮ້ານ
4 ກອງປະຊຸມສຳມະນາກ່ຽວກັບການເຊື່ອມຕໍ່ໃນການພັດທະນາການທ່ອງທ່ຽວລະຫວ່າງ ແຂວງຫົວພັນ ແລະ ເຊິນລາ ສສຫວຽດນາມ
5 ຈັດລາຍການທ່ອງທ່ຽວ ໂດຍມີບໍລິສັດທ່ອງທ່ຽວປະເທດຫວຽດນາມຈະມາເຂົ້າຮ່ວມຫຼາຍກ່ວາ 25 ບໍລິສັດ


ຄວາມເຫັນຂອງຜູ້ອ່ານ
ທ່ານຕ້ອງເຂົ້າສູ່ລະບົບເພື່ອປະກອບຄໍາເຫັນໃນບົດຂຽນນິ້
